LAoSDG2

Lao3135 Jim Buy Lao 2009 140ຮູບພາບ: UNDP ປະຈໍາ ສປປ ລາວ/ຈິມ ບາຍ

 

 

ລຶບລ້າງຄວາມອຶດຫິວ, ບັນລຸການຄໍ້າປະກັນສະບຽງອາຫານ, ປັບປຸງໂພສະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງenglish button

 

ການຂະຫຍາຍຕົວຂອງເສດຖະກິດຢ່າງໄວວາ ແລະ ຜົນຜະລິດກະສິກຳທີ່ເພີ່ມຂຶ້ນໃນໄລຍະສອງທົດສະຫວັດທີ່ຜ່ານມາ ໄດ້ເຮັດໃຫ້ອັດຕາສ່ວນປະຊາຊົນທີ່ຂາດສານອາຫານຫຼຸດລົງເກືອບເຄິ່ງໜຶ່ງ. ປະເທດທີ່ກຳລັງພັດທະນາຫຼາຍໆປະເທດທີ່ເຄີຍໄດ້ຮັບຄວາມເສຍຫາຍຈາກການຂາດແຄນ ແລະ ຄວາມອຶດຫິວ ປະຈຸບັນນີ້ແມ່ນສາມາດຕອບສະໜອງຄວາມຕ້ອງການດ້ານໂພສະການໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງທີ່ສຸດ.

ສປປ ລາວ ສາມາດບັນລຸເປົ້າໝາຍສະຫັດສະຫວັດເພື່ອການພັດທະນາ ເຊິ່ງອັດຕາສ່ວນຂອງຄົນອຶດຫິວໄດ້ຫຼຸດລົງເຄິ່ງໜຶ່ງ. ອັດຕາສ່ວນຂອງປະຊາກອນທີ່ຂາດສາານອາຫານ ແມ່ນໄດ້ຫຼຸດລົງຈາກ 42,8 ເປີເຊັນ ໃນປີ 1990 ມາເປັນ 18,5 ເປີເຊັນໃນປີ 2015. ເຖິງຢ່າງໃດກໍຕາມ, ອີງໃສ່ດັດສະນີຄວາມອຶດຫິວໃນທົ່ວໂລກ ປະເທດລາວຍັງມີລະດັບຄວາມອຶດຫິວສູງ. ປະມານໜຶ່ງສ່ວນຫ້າຂອງປະຊາກອນບໍລິໂພກອາຫານໜ້ອຍກວ່າຄວາມຕ້ອງການຂອງຮ່າງກາຍ.

ສປປ ລາວ ຍັງບໍ່ສາມາດບັນລຸເປົ້າໝາຍສະຫັດສະຫວັດເພື່ອການພັດທະນາສຳລັບການຫຼຸດຈຳນວນເດັກຈ່ອຍຜອມ ແລະ ເຕ້ຍ. ໃນປີ 2016, ເດັກນ້ອຍຕໍ່າກວ່າ 5 ປີ ຈຳນວນ 33 ເປີເຊັນ ຍັງເປັນເດັກເຕ້ຍ, 25.5 ເປີເຊັນ ຍັງນໍ້າໜັກຫຼຸດມາດຕະຖານ ແລະ 9 ເປີເຊັນ ຍັງຈ່ອຍເຫຼືອງ. ຕັ້ງແຕ່ຕົ້ນຊຸມປີ 1990 ເປັນຕົ້ນມາ, ຈຳນວນເດັກເຕ້ຍໄດ້ຫຼຸດລົງໂດຍສະເລ່ຍ 0,8 ເປີເຊັນຕໍ່ປີ, ຕໍ່າກວ່າອັດຕາການເຕີບໂຕສະເລ່ຍຂອງປະຊາກອນ ເຊິ່ງໝາຍຄວາມວ່າ ຖ້າທ່າອ່ຽງໃນປະຈຸບັນຍັງສືບຕໍ່, ຈໍານວນເດັກເຕ້ຍກໍອາດຈະເພີ່ມຂຶ້ນ.

ການຂາດສານອາຫານໃນສປປ ລາວ ສະແດງໃຫ້ເຫັນເຖິງຄວາມບໍ່ສະເໝີພາບລະຫວ່າງພາກພື້ນ ແລະ ກຸ່ມຄົນ ທີ່ກ່ຽວຂ້ອງກັບບັນດາຮູບແບບຂອງຄວາມທຸກຍາກ. ຢູ່ໃນເຂດຊົນນະບົດ ທີ່ຫົນທາງບໍ່ສາມາດເຂົ້າເຖິງ, ອັດຕາສ່ວນເດັກເຕ້ຍ ແລະ ນໍ້າໜັກຫຼຸດ ແມ່ນສອງເທົ່າຂອງເດັກໃນຕົວເມືອງ.  ອັດຕາສ່ວນເດັກເຕ້ຍຈາກຄອບຄົວທີ່ທຸກຍາກທີ່ສຸດ ແມ່ນສາມເທົ່າຂອງເດັກເຕ້ຍໃນຄອບຄົວທີ່ຮັ່ງມີທີ່ສຸດ. ຊ່ອງຫວ່າງນີ້ແມ່ນຂະຫຍາຍອອກໃນປະຈຸບັນ ເຊິ່ງມີຄວາມກ້າວໜ້າເລັກນ້ອຍໃນຈຳນວນເດັກນ້ອຍທີ່ທຸກຍາກທີ່ສຸດ.

ການໃຫ້ອາຫານສຳລັບເດັກນ້ອຍ ແລະ ເດັກແດງຍັງບໍ່ທັນໄດ້ມາດຕະຖານ, ຂາດຄວາມຫຼາກຫຼາຍດ້ານສານອາຫານ. ສາເຫດຕົ້ນຕໍແມ່ນອັດຕາການລ້ຽງລູກດ້ວຍນົມພຽງຢ່າງດຽວໃນໄລຍະ 6 ເດືອນລົງມາ ຍັງຂ້ອນຂ້າງຕໍ່າ. ການນຳໃຊ້ນົມຜົງລ້ຽງເດັກນ້ອຍເພີ່ມຂຶ້ນຢ່າງໜ້າຕົກໃຈ, ການໃຫ້ອາຫານເສີມທີ່ບໍ່ເໝາະສົມ ແລະ ຄວາມຫຼາກຫຼາຍຂອງອາຫານສຳລັບແມ່ ແລະ ເດັກ ຕໍ່າ. ການຂາດຄວາມຫຼາກຫຼາຍຂອງອາຫານແມ່ນນຳໄປສູ່ການຂາດສານອາຫານ. ອາຫານຫຼັກຂອງເດັກນ້ອຍ ກໍຄືຜູ້ໃຫຍ່ແມ່ນ ເຂົ້າ (ປົກກະຕິແລ້ວແມ່ນເຂົ້າໜຽວ) ແລະ ຂາດທາດໂປຣຕີນ,​ ໄຂມັນ ແລະ ທາດອາຫານເສີມ  ເມື່ອທຽບກັບລະດັບອົງການອະນາໄມໂລກແນະນຳ.

ເດັກເຕ້ຍໃນສປປ ລາວ ມີສູງ, ການແກ້ໄຂຕ້ອງເລີ່ມຈາກໂພສະນາການຂອງແມ່. ໃນຂະບວນການຂອງການເປັນເດັກເຕ້ຍແມ່ນເລີ່ມຂຶ້ນໃນມົດລູກ ແລະ ສືບຕໍ່ຮອດອາຍຸ 2 ປີ (ເຊິ່ງແມ່ນ 1,000 ມື້ທຳອິດຂອງຊີວິດ), ການບໍລິໂພກອາຫານຂອງແມ່  ແລະ ສະພາບໂພສະນາການ ແລະ ສຸຂະພາບກ່ອນຖືພາ ແລະ ໄລຍະຖືພາ ເປັນປັດໄຈສຳຄັນສຳລັບການເປັນເດັກເຕ້ຍ. ອັດຕາເລືອດຈາງສູງ, ການຄຸມກຳເນີດໜ້ອຍ ແລະ ອັດຕາການຈະເລີນພັນທີ່ສູງ ແມ່ນເຮັດໃຫ້ແມ່ຂາດໂພສະນາການ.

ຄວາມເຊື່ອທາງວັດທະນະທຳສະເພາະຂອງ ລາວ ແລະ ຂໍ້ຫ້າມກ່ຽວກັບອາຫານຂອງ 49 ຊົນເຜົ່າ ແມ່ນບໍ່ອຳນວຍຄວາມສະດວກໃນການເຂົ້າເຖິງໂພສະນາການທີ່ດີ. ແມ່ຍິງຖືພາມັກຈະກິນໜ້ອຍກວ່າປົກກະຕິ ໂດຍມີຄວາມເຊື່ອທີ່ວ່າ ເພື່ອປ້ອງກັນການເກີດລູກຍາກ ເຊິ່ງບໍ່ຕ້ອງການໃຫ້ລູກໂຕໃຫຍ່. ແມ່ລູກອ່ອນໃນເຂດຊົນນະບົດບໍລິໂພກອາຫານທີ່ມີຄວາມຫຼາກຫຼາຍຕໍ່າເກີນໄປ ໂດຍຫຼັກແລ້ວແມ່ນເຂົ້າໜຽວ ເຊິ່ງເຮັດໃຫ້ເດັກນ້ອຍມີຄວາມສ່ຽງຂາດວິຕາມິນ ເອ, ບີ ແລະ ຊີ. ເດັກນ້ອຍອາຍຸ 1 ຫຼື 2 ເດືອນ ມັກຈະຖືກປ້ອນດ້ວຍເຂົ້າໜຽວທີ່ຫຍໍ້າລະອຽດເລື້ອຍໆ ເຊິ່ງເປັນການກະທຳທີ່ເຮັດໃຫ້ເດັກເຕ້ຍ ແລະ ເປັນໜິ້ວໃນພົກຍ່ຽວ. ອີກດ້ານໜຶ່ງ, ຄວາມເຊື່ອດັ້ງເດີມກໍມີປະໂຫຍດ, ຕົວຢ່າງ: ຊົນເຜົ່າພູນ້ອຍເຊື່ອວ່າ ເດັກນ້ອຍທີ່ເປັນພະຍາດໝາກແດງຄວນກິນໝາກມ່ວງ ແລະ ໝາກຫຸ່ງເຊິ່ງທັງສອງເປັນແຫຼ່ງອາຫານທີ່ອຸດົມໄປດ້ວຍວິຕາມິນ ເອ.

ຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ ປະກົດວ່າມີຄວາມສໍາຄັນໜ້ອຍກວ່າການຂາດສານອາຫານແຕ່ຢ່າງໃດກໍ່ຕາມ ມັນຍັງເປັນບັນຫາທີ່ສໍາຄັນ. ໃນຂະນະທີ່ 89 ເປີເຊັນຂອງປະຊາກອນ ມີຮູບແບບການບໍລິໂພກອາຫານທີ່ເປັນທີ່ຍອມຮັບໄດ້, ປະມານ 11 ເປີເຊັນຂອງຄົວເຮືອນໃນຊົນນະບົດ ມີການບໍລິໂພກອາຫານທີ່ມີຄຸນະພາບຕໍ່າ ແລະ ຫຼຸດມາດຕະຖານ. ຄົວເຮືອນທີ່ບໍລິໂພກອາຫານທີ່ມີຄຸນະພາບຕໍ່າ / ຫຼຸດມາດຕະຖານ ມີທ່າອ່ຽງເນື້ອທີ່ການປູກຝັງໜ້ອຍລົງ, ເອື່ອຍອີງການຜະລິດກະສິກຳທີ່ເປັນສິນຄ້າ ເພື່ອສ້າງລາຍຮັບ, ມີການເຂົ້າເຖິງແຫຼ່ງອາຫານທີ່ເປັນຜັກໜ້ອຍລົງ ແລະ ເປັນຄົວເຮືອນທີ່ສຳເລັດການສຶກສາທີ່ຂ້ອນຂ້າງຕໍ່າ ໂດຍປຽບທຽບກັບຄົວເຮືອນທີ່ມີຮູບແບບການບໍລິໂພກທີ່ເປັນທີ່ຍອມຮັບໄດ້. ຄົວເຮືອນທີ່ມີຄວາມອ່ອນໄຫວກັບຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ເປັນກຸ່ມຄົນທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງພື້ນຖານໂຄງລ່າງ,​ ເປັນຄົວເຮືອນທີ່ມີທັກສະຕໍ່າໃນການຫາປາ ແລະ ການລ່າສັດ ຫຼື ຂາດສີມືແຮງງານ, ເປັນຄົວເຮືອນທີ່ເຮັດກະສິກຳຢູ່ເຂດພູດອຍ ແລະ ເປັນຄົວເຮືອນທີ່ບໍ່ມີສວນຄົວ.

ອຸປະສັກຕໍ່ກັບຄວາມໝັ້ນຄົງດ້ານສະບຽງອາຫານ ແມ່ນມີຢູ່ຢ່າງກວ້າງຂວາງ. ຜະລິດຕະພັນຈາກຊີວະນາໆພັນທາງບົກ ແລະ ທາງນໍ້າ ສາມາດສະໜອງໄຂມັນ ແລະ ໂປຣຕີນ ທີ່ສຳຄັນ ແລະ ຈຳເປັນຕໍ່ຮ່າງກາຍ ແຕ່ຜະລິດຕະພັນເຫຼົ່ານີ້ ກຳລັງຖືກຄຸກຄາມ. ປະຊາກອນ ແລະ ຄວາມກົດດັນຕໍ່ສະພາບດິນ ປະກອບສ່ວນເຮັດໃຫ້ດິນມີການເຊື່ອມໂຊມ ແລະ ຜົນຜະລິດກໍຫຼຸດລົງ. ອຸປະສັກດ້ານອື່ນໆປະກອບມີ:​ ລະເບີດບໍ່ທັນແຕກ, ໂຄງການລົງທຶນຂະໜາດໃຫຍ່, ການຜະລິດກະສິກຳທີ່ອີງໃສ່ປະລິມານນໍ້າຝົນ, ການເຂົ້າເຖິງຊົນລະປະທານຍັງຈຳກັດ, ໄພພິບັດ, ການລະບາດຂອງພະຍາດໃນສັດ ແລະ ຄວາມຫຍຸ້ງຍາກໃນການຊອກຫາອາຊີບທີ່ຖືກກົດໝາຍ ທົດແທນການປູກຝິ່ນ.

ສປປ ລາວໄດ້ຢືນຢັນຄໍາໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບຄວາມອຶດຫິວ ແລະ ການຂາດໂພສະນາການ ໂດຍຜ່ານແຜນງານລຶບລ້າງຄວາມອຶດຫິວແຫ່ງຊາດ ໃນເດືອນພຶດສະພາ ປີ 2015. ຍຸດທະສາດການພັດທະນາກະສິກຳ ແລະ ໂພສະນາການແຫ່ງຊາດ ຂອງປະເທດລາວ ຈະສະໜອງຂອບວຽກເພື່ອບັນລຸແຜນງານລຶບລ້າງຄວາມອຶດຫິວແຫ່ງຊາດ. ນອກຈາກນີ້, ນະໂຍບາຍ ແລະ ການວາງແຜນໃນການນຳໃຊ້ເຄື່ອງມືຕ່າງໆ ຍັງໄດ້ລະບຸຄໍາໝັ້ນສັນຍາລະດັບສູງໃນການຕໍ່ສູ້ກັບການຂາດໂພສະນາການ ເຊັ່ນ ແຜນການຈັດຕັ້ງປະຕິບັດຂອບວຽກເລັ່ງການປະຕິບັດເປົ້າໝາຍສະຫັດສະຫວັດເພື່ອການພັດທະນາ ປີ 2010 ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.  

ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ໄດ້ສະໜັບສະໜຸນລັດຖະບານລາວໃນການພັດທະນາແຜນງານການລຶບລ້າງຄວາມອຶດຫິວແຫ່ງຊາດ ເພື່ອໃຫ້ຍຸດທະສາດ ແລະ ແຜນການທີ່ມີຢູ່ ສາມາດຕອບສະໜອງ 5 ຈຸດປະສົງຂອງແຜນງານ.

ການລຶບລ້າງຄວາມອຶດຫິວ ແມ່ນເປົ້າໝາຍໜຶ່ງທີ່ນອນຢູ່ໃນ 17 ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030. ວິທີການຈັດຕັ້ງປະຕິບັດແບບປະສົມປະສານ ແມ່ນມີຄວາມສຳຄັນສຳລັບຄວາມຄືບໜ້າຂອງຫຼາຍເປົ້າໝາຍ. ຕິດຕາມເພີ່ມຕື່ມກ່ຽວກັບເປົ້າໝາຍທີ 2 ແລະ ຄາດຄະເນຜົນໄດ້ຮັບ

 

Sustainable Development Goals

SDG film Dee lead pic

Lao PDR then & now

Laos CountryStory

The Global Partnership for Effective Development Cooperation commends Lao PDR’s partnership mechanisms for more effective development co-operation.

Look at our photo stories

Exposure screenshot resized

Read our brochure

Read our Post-Disaster Needs Assessment (PDNA) report